ກົດລະບຽບຫໍພັກ-ຫ້ອງນອນ

ອິງຕາມ: ຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງວິທະຍາໄລຄູ ສະບັບເລກທີ 814/ສສ.ຈຕ, ລົງວັນທີ 09/04/2010.

ອິງຕາມ: ກົດລະບຽບຂອງວິທະຍາໄລຄູບ້ານເກິນວາງອອກຕໍ່ນັກສຶກສາຄູສະບັບເລກທີ 440 ລົງວັນທີ    12 / 11/ 2002 ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍຂອງນັກສຶກສາ ວິທະຍາໄລຄູບ້ານເກິນໃນທຸກລະບົບສາຍຮຽນ ລວມທັງນັກສຶກສາທີ່ນອນນອກ ແລະ ນັກສຶກສານອນໃນໃຫ້ມີຄວາມຈົບງາມນັ້ນ ຜູ້ອໍານວຍການວິທະຍາໄລຄູບ້ານເກິນ ຈຶ່ງໄດ້ອອກກົດລະບຽບຫໍພັກສະບັບເພີ່ມເຕີມດັ່ງນີ້:

ພາກທີ  I

ວ່າດ້ວຍຄວາມເປັນລະບຽບຫໍພັກ-ຫ້ອງນອນ

ມາດຕາ 1: ການຄຸ້ມຄອງຫໍພັກ ແລະ ຊັບສິນສ່ວນລວມ

1:  ຫໍພັກໜຶ່ງຫລັງປະກອບມີ: ຄູອາຈານ ແລະ ຄະນະນັກສຶກສາປະຈຳຫໍພັກ-ຫ້ອງນອນເປັນຜູ້ຮັບຜິດ ຊອບຕະຫລອດ 24 ຊົ່ວໂມງ.

2:  ນັກສຶກສາທີ່ນອນໃນຫໍພັກຕ້ອງຈັດຕັ້ງນອນເປັນຫ້ອງ ໂດຍອີງໃສ່ຄວາມສາມາດຂອງຫ້ອງ ແລະ ສະ

ພາບຕົວຈິງຂອງການຈັດແບ່ງ.

3:  ແຕ່ລະຫ້ອງນອນຕ້ອງໄດ້ສຳຫລວດກວດກາ ແລະ ສ່ອງແສງໃຫ້ຫ້ອງການກິດຈະການນັກສຶກສາ 2 ຄັ້ງຕໍ່ເດືອນ.

4:  ນັກສຶກສາທີ່ນອນໃນຫໍພັກຕ້ອງປະຕິບັດໂມງເວລາ 20:30 ໂມງຕ້ອງເຂົ້າຫໍພັກ 22:00ໂມງນັກສຶກສາແຕ່ລະຫ້ອງຕ້ອງນອນ ແລະ ຕຶ່ນນອນເວລາ 5 ໂມງ 30 ນາທີ.

5:  ການຮັກສາຄວາມສະອາດຂອງນັກສຶກສາທຸກຄົນເຊັ່ນ: ອານາໄມຫ້ອງນອນ, ຫ້ອງນ້ຳ ແລະ ບໍລິເວນເຂດຫໍພັກທີ່ໄດ້ຮັບຜິດຊອບໃນທຸກໆວັນ. ການເຂົ້າຫ້ອງນ້ຳນັກສຶກສາຄູທຸກຄັ້ງຕ້ອງໃຊ້ເຈ້ຍອານາໄມ ຫຼື ໃຊ້ນ້ຳລ້າງ.

6: ການໃຊ້ໄຟ, ໃຊ້ນໍ້າ ນັກສຶກສາທຸກຄົນທີ່ໃຊ້ ຕ້ອງຮູ້ເປີດ, ຮູ້ປິດ.

ມາດຕາ 2:  ຂໍ້ຫ້າມນັກສຶກສາ, ພະນັກງານຮຽນພັກແລ້ງ ຫຼື ອື່ນໆ.

  1. ຫ້າມນັກສຶກສາແຕ່ງກິນຢູ່ຕາມຫໍພັກ, ຫ້ອງນອນເດັດຂາດ, ຕ້ອງແຕ່ງກິນຢູ່ຕາມບ່ອນທີ່ກໍານົດໃຫ້.
  2. ຫ້າມໃຊ້ສຽງດັງລົບກວນຜູ້ອື່ນໃສນເວລາຍາມລັບນອນ, ທຸກຄົນຕ້ອງມິດງຽບ.
  3. ຫ້າມນັກສຶກສານໍາເອົາເຄື່ອງຂອງວັດຖຸທີ່ມີມູນຄ່າສູງ ເຂົ້າມາໃນຫໍພັກ.
  4. ຫ້າມນັກສຶກສາ ດື່ມສິ່ງຂອງມືນເມົາ, ສິ່ງເສບຕິດ ແລະ ຫຼິ້ນການພະນັນທຸກປະເພດຕາມຫໍພັກ, ຫ້ອງນອນເດດັຂາດ.
  5. ຫ້າມເອົາອາວຸດທຸກຊະນິດເຂົ້າມາໃນຫໍພັກ ຫຼື ວິທະຍາໄລຄູເດັດຂາດ.
  6. ຫ້າມລັກເອົາຊັບສິນເງິນຄໍາ, ວັດຖຸສິ່ງຂອງອື່ນໆຂອງຄົນອື່ນເດັດຂາດ.
  7. 6. ຫ້າມຜິດຖຽງ, ກໍ່ການອາລະວາດ ແລະ ຕີກັນ.
  8. 7. ຫ້າມນັກສຶກສາຊາຍ – ຍິງພົວພັນທາງເພດແບບບໍ່ຖຶກຕ້ອງ.
  9. 8. ຫ້າມນັກສຶກສາຊາຍ – ຍິງເຂົ້າຫໍພັກເພດກົງກັນຂ້າມ ໂດຍບໍ່ໄດ້ຮັບອະນຸຍາດ.
  10. 9. ຫ້າມຂີດຂຽນໃສ່ຝາຫໍພັກ-ຫ້ອງນອນ ແລະ ສະຖານທີ່ຕ່າງໆ.
  11. 10. ຫ້າມທຳລາຍສິ່ງຂອງສ່ວນລວມເຊັ່ນ: ຫ້ອງຮຽນ, ຫ້ອງນອນ, ໂຕະ,ຕັ່ງ, ຕູ້ ແລະ ອື່ນໆ.
  12. 11. ຫ້າມສ້າງຄວາມເປື້ອນເປິໃສ່ຫ້ອງນອນ, ຫໍພັກ, ສະຖານທີ່ສາທາລະນະຕ່າງໆຂອງວິທະຍາໄລຄູ.
  13. 12. ຫ້າມຊັກຊວນ ຫຼື ນຳເອົາຄົນນອກເຂົ້າມານອນໃນຫໍພັກ.
  14. 13. ຫ້າມທ່ຽວຫລິ້ນໃນເວລາກາງຄືນເກີນການກໍານົດຂອງກົດລະບຽບຂອງຫໍພັກ.
  15. 14. ຫ້າມນໍາໃຊ້ເຄື່ອງໄຟຟ້າ ( ໝໍ້ຫຸງຕົ້ມ ຫຼື ແຕ່ງອາຫານຢູ່ໃນຫໍພັກ, ຫ້ອງນອນຢ່າງເດັດຂາດ.
  16. 15. ຫ້າມດັງໄຟຕາມລະບຽງຫໍພັກເພື່ອແຕ່ງກິນ ຫຼື ອື່ນໆຢ່າງເດັດຂາດ.
  17. 16. ຫ້າມລ້ຽງສັດທຸກປະເພດໃນຂອບເຂດບໍລິເວນຫໍພັກ ແລະ ບໍລິເວນເດີ່ນໂຮງຮຽນ.
  18. 17. ຫ້າມຖິ້ມສິ່ງຂອງເສດເຫຼືອຕາມລໍາພັງໃຈຕົນເອງ.
  19. 18. ນັກສຶກສາທີ່ເຮັດຜິດຕາມຂໍ້ຫ້າມໃດໜຶ່ງແມ່ນຈະຖືກດໍາເນີນຕາມລະບຽບໃນຂັ້ນເດັດຂາດຂອງສະພາໂຮງຮຽນເຊັ່ນ: ການລົງຄໍາເຫັນໃນສະພາຄູ, ການຕັດຄະແນນ ແລະ ປັບໃໝ່ເປັນເງິນໃນທຸກກໍລະນີຂອງຂໍ້ຫ້າມຕ່າງໆທີ່ໄດ້ກໍານົດໄວ້.

ມາດຕາ 3:  ການຕັດຄະແນນທີ່ຜິດຕໍ່ລະລະບຽບ ຫູື້ ຂໍ້ຫ້າມຕ່າງໆ

ຄະແນນກິລິຍາມາລະຍາດ ແລະ ການປະພຶດຕ່າງໆຂອງນັກສຶກສາແຕ່ລະຄົນລວມ 250 ຄະແນນ/ສົກຮຽນ, ຖ້າມີນັກສຶກສາຜູ້ໃດກະທຳຜິດຈະຖືກພົ້ນ ຈາກການເປັນນັກສຶກສາຂອງວິທະຍາໄລຄູ ແລະ ຈະຖືກຕັດຄະແນນຕາມຕາຕາລາງລຸ່ມນີ້:

ລ/ດ

ການປະພຶດຜິດທີ່ຈະຖືກຕັດຄະແນນ

ຕັດຄະແນນ/ຄັ້ງ/ຄົນ

ປັບໄໝເປັນເງິນ

ໝາຍເຫດ

1

ຈັດຕັ້ງອົງການໃດໜຶ່ງຂຶ້ນທີ່ບໍ່ໄດ້ຮັບອະນຸຍາດ

250

250.000 ກີບ

ຢຸດຕິການຮຽນ

2

ຈັດຕັ້ງໂຮມຊຸມນຸມໃດໜຶ່ງຂຶ້ນໂດຍບໍ່ໄດ້ຮັບອະນຸຍາດ

250

250.000 ກີບ

ຢຸດຕິການຮຽນ

3

ເສບສິ່ງເສບຕິດ, ຂາຍ ຫຼື ມີໄວ້ໃນຄອບຄອງ

250

250.000 ກີບ

ຢຸດຕິການຮຽນ

4

ນຳເອົາອາວຸດເຂົ້າມານາບຄູ່ຜູ້ອື່ນ ຫຼື ມີໄວ້ໃນຄອບຄອງ

250

250.000 ກີບ

ຢຸດຕິການຮຽນ

5

ຍຸຍົງສົ່ງເສີມ ຫຼື ກໍ່ໃຫ້ເກີດຄວາມບໍ່ສະຫງົບ

250

250.000 ກີບ

ຢຸດຕິການຮຽນ

6

ປອມແປງເອກະສານ ແລະ ລາຍເຊັນ

250

250.000 ກີບ

ຢຸດຕິການຮຽນ

7

ເຮັດຄວາມຜິດທີ່ຖືກກ່າວຫາໃນຄະດີອາດຍາ

250

250.000 ກີບ

ຢຸດຕິການຮຽນ

8

ກໍ່ການອາລະວາດ ແລະ ຕີກັນ

250

250.000 ກີບ

ຢຸດຕິການຮຽນ

9

ພົວພັນທາງເພດທີ່ຜິດຕໍ່ຮີດຄອງປະເພນີ ຢູ່ນຳກັນ 2 ຄົນ

250

250.000 ກີບ

ຢຸດຕິການຮຽນ

ມາດຕາ 4:  ການປະຕິບັດລະບຽບວະໄນຕໍ່ນັກສຶກສາຜິດລະບຽບ

ນັກສຶກສາຜູ້ໃດກະທຳຜິດ ຈາກກໍລະນີຄະແນນຫຼຸດ 250 ລົງມາແມ່ນຈະຖືກຜ່ານລາຍງານຊື່ຢູ່ຕໍ່ໜ້າຫຼັກທຸງ, ສຶກສາອົບຮົມ, ຂຽນໃບສໍາຫຼວດຈາກຂັ້ນຫ້ອງການທີ່ກ່ຽວຂ້ອງ ພ້ອມທັງປັບໄໝເປັນເງິນຄະແນນລະ 1000 ກີບ  ແລະ ຄະແນນດັ່ງກ່າວກໍຈະຖືກບວກຂຶ້ນຖ້າຫາກຜິດຄັ້ງຕໍ່ໄປ.

ລ/ດ

ການກະທໍາຜິດໃນກໍລະນີ

ຕັດຄະແນນ/ຄັ້ງ/ຄົນ

ປັບໄໝເປັນເງິນ

ໝາຍເຫດ

1

ທຳລາຍໜັງສື ຫຼື ປ້າຍປະກາດ, ແຈ້ງການອື່ນໆ

100

100.000 ກີບ

ອົບຮົມ/ປັບໃໝ່

2

ຕົວະຕົ້ມ, ຫຼອກລວງ, ນາບຂູ່ຜູ້ອື່ນ

100

100.000 ກີບ

ອົບຮົມ/ປັບໃໝ່

3

ໃຊ້ວາຈາບໍ່ສຸພາບ ຕໍ່ຄູ-ອາຈານ ແລະ ພະນັກງານ

250

250.000 ກີບ

ຢຸດຕິການຮຽນ

5

ທຳລາຍອຸປະກອນ ຫຼື ວັດຖຸສ່ວນລວມ

50

 50.000 ກີບ

ອົບຮົມ/ປັບໃໝ່

6

ຜິດຖຽງກັນ

100

100.000 ກີບ

ອົບຮົມ/ປັບໃໝ່

7

ລ່ວງເກີນສິດທິຂອງຜູ້ອື່ນເຮັດໃຫ້ຄົນອື່ນເຊື່ອມເສຍ

50

 50.000 ກີບ

ອົບຮົມ/ປັບໃໝ່

8

ນຳເອົາຄົນນອກເຂົ້ານອນໃນຫໍພັກໂດຍບໍ່ໄດ້ຮັບອະນຸຍາດ

25

 25.000 ກີບ

ອົບຮົມ/ປັບໃໝ່

8

ເຂົ້າຫໍພັກເພດກົງກັນຂ້າມໂດຍບໍ່ໄດ້ຮັບອະນຸຍາດ

25

 25.000 ກີບ

ອົບຮົມ/ປັບໃໝ່

10

ຂາດເຂົ້າຮ່ວມກອງປະຊຸມໃດໜຶ່ງ ຫຼື ກິດຈະກຳໃດໜຶ່ງ

25

 25.000 ກີບ

ອົບຮົມ/ປັບໃໝ່

11

ສ້າງຄວາມເປິເປື້ອນຕາມສະຖານທີ່ສາທາລະນະ

25

 25.000 ກີບ

ອົບຮົມ/ປັບໃໝ່

14

ໃຊ້ສຽງດັງລົບກວນຜູ້ອື່ນໃນຍາມຮຽນ ຫຼື ຍາມຫຼັບນອນ

25

 25.000 ກີບ

ອົບຮົມ/ປັບໃໝ່

15

ບໍ່ປະຕິບັດໜ້າທີ່ເວນຍາມ ຫຼື ເປັນປະຈຳວັນທີ່ມອບໝາຍ

25

 25.000 ກີບ

ອົບຮົມ/ປັບໃໝ່

17

ລັກເຄື່ອງຂອງຜູ້ອື່ນ ຫຼື ຂອງສ່ວນລວມ

250

250.000 ກີບ

ຢຸດຕິການຮຽນ

18

ຂາດຫໍພັກ 1 ຄັ້ງ

25

 25.000 ກີບ

ອົບຮົມ/ປັບໃໝ່

19

ຂາດເຄົາລົບທຸງ 1 ຄັ້ງ

25

 25.000 ກີບ

ອົບຮົມ/ປັບໃໝ່

20

ນຸ່ງເຄື່ອງແຕ່ງກາຍຜິດລະບຽບນັກສຶກສາໃນຍາມຮຽນ 1 ຄັ້ງ

25

 25.000 ກີບ

ອົບຮົມ/ປັບໃໝ່

21

ຫ້ອງນອນເປື້ອນ 1 ຄັ້ງ ຖືກຕັດຄະແນນທຸກຄົນໝົດຫ້ອງ

25

25.000 ກີບ

ອົບຮົມ/ປັບໃໝ່

22

ຕາກເຄື່ອງຊະຊາຍຕາມລະບຽງ ແລະ ຫ້ອງນອນ ຄົນລະ

25

25.000 ກີບ

ອົບຮົມ/ປັບໃໝ່

23

ແຕ່ງກິນບໍ່ຖືກບ່ອນທີ່ທາງຫ້ອງການກິດຈະການກໍນົດໃຫ້

25

25.000 ກີບ

ອົບຮົມ/ປັບໃໝ່

0
ຈຳນວນ ນັກສຶກສາເພດຍີງ
0
ຈຳນວນ ນັກສຶກສາເພດຊາຍ
0
ຈຳນວນ ນັກສຶກສາທັງໝົດ
0
ຈຳນວນ ຄູ-ອາຈານ
ຫ້ອງການບໍລິຫານ
ຫ້ອງການຈັດຕັ້ງ-ພະນັກງານ
ຫ້ອງການສົ່ງເສີມວິຊາການ
ຫ້ອງການພາສາຕ່າງປະເທດ
ຫ້ອງການວິທະຍາສາດທຳມະຊາດ
ຫ້ອງການວິທະຍາສາດສັງຄົມ
ຫ້ອງການຄູປະຖົມ-ອານຸບານ
ຫ້ອງການພັດທະນາຄູ
ຫ້ອງການກິດຈະກຳນັກສຶກສາ

Facebook

ວິທະຍາໄລ ຄູບ້ານເກິນ