ກົດລະບຽບ​ຂອງ​ນັກ​ສຶກສາ​ວີ​ທະຍາ​ໄລ​ຄູ

– ອີງຕາມ: ຄໍາສັງແນະນໍາເລກທີ 258/ສສ.ສຄ/2010 ລົງວັນທີ 26 ມີນາ 2010

– ອີງຕາມ: ຄໍາສັງແນະນໍາວ່າດ້ວຍສະຖານະພາບການເປັນນັກສຶກສາຄູຂອງ ທ່ານຫົວໜ້າກົມສ້າງຄູສະບັບ ເລກທີ 34/ສສ/2011

– ອິງຕາມ: ກົດລະບຽບນັກສຶກສາສະບັບເລກທີ 440 ລົງວັນທີ 12 / 11 / 2002

ພາກທີ  I: ກົດລະບຽບຂອງນັກສຶກສາສະເພາະບຸກຄົນ

ມາດຕາ 1: ບຸກຄົນທີ່ຈະຖືກຮັບເຂົ້າເປັນນັກສຶກສາຂອງວີທະຍາໄລຄູຕ້ອງມີມາດຖານດັ່ງນີ້:

1.1 ຕ້ອງແມ່ນສັນຊາດລາວຮຽນຈົບວິຊາສະເພາະຊັ້ນກາງ ມໍ 7 ຫຼື ທຽບເທົ່າ ເປັນຄົນມີບຸກຄະລິກະພາບດີ, ມີນ້ຳໃຈຮັກອາຊີບແພງເດັກ, ມີຄຸນສົມບັດສິນທຳປະຕິວັດດີ, ມີສຸຂະພາບແຂງແຮງສົມສົມບູນດີ, ບໍ່ມີສານເສບຕິດຢູ່ໃນຮ່າງກາຍ ແລະ ບໍ່ມີຄະດີຕ່າງໆທີ່ພົວພັນແບບຜິດກົດໝາຍບ້ານເມືອງ.

1.2 ນັກສຶກສາຄູທຸກຄົນທີ່ເຂົ້າມາຮຽນຄູ ຕ້ອງມີເຄື່ອງມືອຸປະກອນຮັບໃຊ້ການອອກແຮງງານສ່ວນຕົວ-ສ່ວນລວມໃນໄລຍະເວລາການເປັນນັກສຶກສາຄູເຊັ່ນ: ມີພ້າ 1 ດວງ, ຄຸ 1 ໜ່ວຍ ແລະ ໂອຕັກນໍ້າ 1 ໜ່ວຍ.

ມາດຕາ 2: ການຮັບເອົານັກສຶກສາໃໝ່ແຕ່ລະປີແມ່ນຮັບຕາມຕົວເລກທີ່ແບ່ງປັນຂອງກະຊວງສຶກສາທິການ ແລະ ກິລາ.

ມາດຕາ 3: ຜູ້ທີ່ເຂົ້າສຶກສາຢູ່ວິທະຍາໄລຄູ ຕ້ອງປະກອບສຳນວນ ເອກະສານໃຫ້ຄົບຖ້ວນ.

ມາດຕາ 4: ຜູ້ທີ່ເຂົ້າສຶກສາຢູ່ວິທະຍາໄລຄູ ຈະມີມາດຖານສົມບູນກໍຕໍ່ເມື່ອຜູ້ກ່ຽວໄດ້ລົງທະບຽນຢູ່ວິທະຍາໄລຄູຮຽບຮ້ອຍແລ້ວເທົ່ານັ້ນ.

ມາດຕາ 5: ພາຍຫຼັງລົງທະບຽນເປັນນັກສຶກສາວິທະຍາໄລຄູແລ້ວ ບໍ່ມີສິດປ່ຽນວິຊາຮຽນອີກ (ເວັ້ນເສຍແຕ່ມີເຫດຜົນພຽງພໍ)

ມາດຕາ 6: ນັກສຶກສາວິທະຍາໄລຄູມີຈຸດປະສົງເຂົ້ານອນໃນຫໍພັກຕ້ອງຂຽນຄຳຮ້ອງເຖິງຄະນະອຳນວຍການໂຮງຮຽນ ແລະ ໄດ້ຮັບອານຸຍາດຈາກພາກສ່ວນທີ່ກ່ຽວຂ້ອງເສຍກ່ອນ.

ມາດຕາ 7: ນັກສຶກສາທີ່ເຂົ້ານອນໃນຫໍພັກຕ້ອງປະກອບເຄື່ອງນຸ່ງຫົ່ມ, ເຄື່ອງນອນ ແລະ ເຄື່ອງໃຊ້ອັນຈຳເປັນເທົ່ານັ້ນ.

ມາດຕາ 8: ການຂໍອະນຸຍາດລາພັກໂດຍໄດ້ຮັບການອະນຸມັດຈາກການຈັດຕັ້ງກໍ່ໃຫ້ເປັນວັນຂາດຮຽນຂອງຜູ້ກ່ຽວເຊັ່ນດຽວກັນ,ແຕ່ເວລາຜ່ານເງື່ອນໄຂສອບເສັງພາກຮຽນໃຫ້ຄິດໄລ່ເອົາພຽງເຄິ່ງໜຶ່ງຂອງວັນທີ່ລາພັກເທົ່ານັ້ນ.

ມາດຕາ 9: ໃນຊ່ວງໄລຍະລາພັກຜູ້ໄດ້ຮັບອະນຸຍາດລາພັກຕ້ອງຮັບຜິດຊອບບັນຫາ  ຕ່າງໆທີ່ເກີດຂຶ້ນດ້ວຍຕົນເອງ.

ມາດຕາ 10: ນັກສຶກສາທີ່ມີຈຸດປະສົງຍົກຍ້າຍບ່ອນຮຽນໄປຢູ່ວິທະຍາໄລອື່ນ ແມ່ນຈະຕ້ອງຂຽນຄຳຮ້ອງເອກະສານໃຫ້ຄົບຖ້ວນເລິ່ມແຕ່ທ້າຍປີຮຽນ ແລ້ວເຊັນຜ່ານຕາມລຳດັບຈຶ່ງຈະຍົກຍ້າຍໄດ້.

ມາດຕາ 11: ນັກສຶກສາທີ່ຂາດຮຽນກາຍ 3 ວັນຍ້ອນເຈັບປ່ວຍກະທັນຫັນ ແລະ ໄດ້ຮັບການຢັ້ງຢືນຈາກແພດນັ້ນ ບໍ່ໃຫ້ຖືວ່າເປັນວັນຂາດຮຽນ.

ມາດຕາ 12: ນັກສຶກສາທຸກຄົນຕ້ອງໄດ້ຮັບການກວດນ້ຳປັດສະວະ ເພື່ອຊອກຫາສານເສບຕິດ ແລະ ພ້ອມທັງຈ່າຍເງິນຄ່າທຳນຽມການກວດກາຄົນລະ 30.000 ກີບຕໍ່ຄັ້ງຕໍ່ຄົນ.

ພາກທີ II: ລະບຽບທົ່ວໄປສຳລັບນັກສຶກສາ

ມາດຕາ 13: ໃນເວລາລັດຖະການ ແລະ ຕາມສະຖານທີ່ລັດຖະການຂອງວິທະຍາໄລຄູ, ນັກສຶກສາທຸກຄົນຕ້ອງນຸ່ງເຄື່ອງເປັນລະບຽບຮຽບຮ້ອຍ.

ມາດຕາ 14: ນັກສຶກສາທຸກຄົນທີ່ເຂົ້າມາສຶກສາໃນວິທະຍາໄລຄູບ້ານເກິນຕ້ອງນຸ່ງຖື, ແຕ່ງກາຍສຸພາບໃຫ້ຖືກຕ້ອງຕາມລະບຽບທີ່ວິທະຍາໄລຄູທີ່ໄດ້ກຳນົດໃຫ້.

ມາດຕາ 15: ນັກສຶກສາທຸກຄົນເວລາຂຶ້ນຫ້ອງຮຽນ ຫູື້ການເຂົ້າຮ່ວມກິດຈະກໍາອື່ນໆຕ້ອງນຸ່ງເຄື່ອງແບບນັກສຶກສາທີ່ວິທະຍາໄລຄູບ້ານເກິນກໍານົດໃຫ້.

ມາດຕາ 16: ນັກສຶກສາຊາຍຕ້ອງຕັດຜົມສັ້ນພໍດີງາມເຊັ່ນ: (ຈອນບາງ, ຫ້າມແບ່ງຜົມກາງຫົວເດັດຂາດ) ສໍາລັບນັກສຶກສາທີ່ເປັນເພດຍິງໃຫ້ເຮັດຊົງຜົມທໍາມະດາ (ມັດ ຫຼື ເປຍ ຫ້າມເບີຍຜົມຂຶ້ນຫ້ອງຮຽນເດັດຂາດ).

ມາດຕາ 17: ນັກສຶກສາທຸກຄົນທີ່ເຂົ້າສຶກສາໃນວິທະຍາໄລຄູຕ້ອງປະຕິບັດທຸກຂໍ້ກຳນົດກົດລະບຽບຂອງວິວິທະຍາໄລຄູໄດ້ຮ່າງຂຶ້ນ.

ມາດຕາ 18: ນັກສຶກສາທຸກຄົນຕ້ອງປະພຶດຕົນທີ່ມີຄຸນສົມບັດດີ, ມີກິລິຍາມາລະຍາດດີ, ເວົ້າຈາສຸພາບ ຮຽບຮ້ອຍ, ເຄົາລົບນັບຖືຜູ້ທີ່ສົມຄວນແກ່ການເຄົາລົບ.

ມາດຕາ 19: ນັກສຶກສາທຸກຄົນຕ້ອງເຂົ້າຫ້ອງຮຽນກ່ອນຄູ 10 ນາທີ ແລະ ປະກອບສ່ວນເຂົ້າໃນຂະບວນການຮຽນ – ການສອນຢ່າງຕັ້ງໜ້າ.

ມາດຕາ 20: ນັກສຶກສາທຸກໆຄົນຕ້ອງເຂົ້າຮ່ວມກິດຈະກຳທຸກຢ່າງທີ່ທາງໂຮງຮຽນຈັດຂື້ນ.

ມາດຕາ 21: ນັກສຶກສາທຸກໆຄົນມີໜ້າທີ່ໃນການປົກປັກຮັກສາຊັບສົມບັດສ່ວນລວມ ແລະ ສະພາບແວດ ລ້ອມຂອງໂຮງຮຽນ, ຖ້າຫາກຜູ້ໃດທຳລາຍສ້າງຄວາມເສຍຫາຍຕ້ອງໄຊ້ແທນໃນທຸກໆກໍລະນີທີ່ເກີດຂຶ້ນ.

ພາກທີ III: ຂໍ້ຫ້າມທົ່ວໄປຂອງນັກສຶກສາຄູ ແລະ ພະນັກງານທີ່ມາຮຽນຢູ່ວິທະຍາໄລຄູບ້ານເກິນ.

  1. ຫ້າມນັກສຶກສາຄູ ຫຼື ບຸກຄົນ, ກຸ່ມຄົນກະທຳທີ່ເປັນການລະເມີດຕໍ່ກົດລະບຽບຂອງ ວຄກ ເດັດຂາດ.
  2. ຫ້າມນັກສຶກສານໍາເອົາຫລິ້ນການພະນັນທຸກປະເພດຕາມຫໍ່ພັກ, ຫ້ອງນອນ ຫຼື ສະຖານທີ່ຂອງ ວຄກ ເດັດຂາດ.
  3. ຫ້າມໃຊ້ສຽງດັງລົບກວນຜູ້ອື່ນຍາມລັບນອນຕ້ອງມິດງຽບ
  4. ຫ້າມນັກສຶກສານໍາເອົາເຫຼົ້າ, ເບຍ, ຢາເສບຕິດ ຫຼື ສິງຂອງມຶນເມົາທຸກປະເພດເຂົ້າມາເສບ ຫຼື ມີໄວ້ຄອບຄອງເດັດຂາດ.
  5. ຫ້າມນັກສຶກສານໍາເອົາອາວຸດທຸກປະເພດເຂົ້າມາໃນວິທະຍາໄລຄູເດັດຂາດ
  6. ຫ້າມນັກສຶກສານໍາເອົາບຸກຄົນອື່ນທີ່ບໍ່ແມ່ນຍາດໃກ້ສິດເອົາພາຫະນະມາຮັບສົ່ງໃນບໍລິເວນຫໍພັກ.
  7. ຫ້າມນັກສຶກສາແຕ່ງກາຍທີ່ບໍ່ສຸພາບເຊັ່ນ: ການນຸ່ງສັ້ນທີ່ຢົ້ວເຢນຢູ່ຕາມສະຖານທີ່ສາທາລະນະຂອງວິທະຍາໄລຄູເດັດຂາດ.
  8. ຫ້າມຜິດຖຽງກໍ່ການອາລະວາດ ແລະ ຕີີກັນ
  9. ຫ້າມນັກສຶກສາຍິງ-ຊາຍພົວພັນເພດແບບບໍ່ຖືກຕ້ອງຕາມລະບຽບ ແລະ ຜິດຮີດຄອງປະເພນີອັນດີງາມຂອງຊາດ, ຂອງສັງຄົມລາວເດັດຂາດ.
  10. ຫ້ານນັກສຶກສາຊາຍ-ຍິງເຂົ້າຫໍພັກເພດກົງກັນຂ້າມ ຫຼື ພາກສ່ວນອື່ນໆ.
  11. ຫ້າມຂີດຂຽນໃສ່ສະຖານທີ່ຕ່າງໆຂອງວິທະຍາໄລຄູ.
  12. ຫ້າມທໍາລາຍໜັງສື ຫຼື ປ້າຍປະກາດຕ່າງໆຂອງວິທະຍາໄລຄູ.
  13. ຫ້າມສ້າງຄວາມເປິເປຶ້ອນໃສ່ສາລະນະຕ່າງໆຂອງວິທະຍາໄລຄູ.
  14. ຫ້າມຄ້າຂາຍ ແລະ ເສບສິ່ງເສບຕິດຕ່າງໆເດັດຂາດ.
  15. ຫ້າມດື່ມເຫຼົ້າເບຍໃນຫໍພັກ, ເຮືອນເຊົ່າ ແລະ ສະຖານທີ່ຕ່າງໆ
  16. ຫ້າມທໍາລາຍຕົ້ນໄມ້ ແລະ ສິ່ງແວດລ້ອມຂອງວິທະຍາໄລຄູ.
  17. ຫ້າມຊັກຊວນ ຫຼື ນໍາເອົາຄົນນອກເຂົ້າມານອນໃນຫໍພັກຂອງວິທະຍາໄລຄູ.
  18. ຫ້າມນັກສຶກສາແຕ່ງງານໃນໄລຍະເປັນນັກສຶກສາ.
  19. ນັກສຶກສາທີ່ແຕ່ງງານກ່ອນເປັນນັກສຶກສາຄູ ຕ້ອງໃຫ້ນໍາເອົາໃບແຕ່ງງານມາແຈ້ງຕໍ່ຫ້ອງການກິດຈະ ການນັກສຶກສາ ແລະ ຫ້ອງການຕາມສາຍທີ່ກ່ຽວຂ້ອງກ່ອນເຂົ້າຮຽນ.
  20. ຫ້າມບໍ່ໃຫ້ນັກສຶກສາຄູທີ່ແຕ່ງງານແລ້ວຕັ້ງຄັນ ຫຼື ຖືພາໃນໄລຍະເວລາຮຽນ ບໍ່ດັ່ງນັ້ນຈະຖືກໂຈະການຮຽນ.

ມາດຕາ 20: ຄະແນນກິລິຍາມາລະຍາດ ແລະ ການປະພຶດຕ່າງໆຂອງນັກສຶກສາແຕ່ລະຄົນລວມ 250 ຄະແນນຕໍ່ສົກຮຽນ, ນັກສຶກສາຄົນໃດທີ່ກະທໍາຜິດຢູ່ໃນເກນຄະແນນ 250 ຂຶ້ນໄປແມ່ນຖືກຕັດອິກສະລະພາບການເປັນນັກສຶກສາທັນທີ (ພົ້ນຈາກການເປັນນັກສຶກສາ), ກໍລະນີນັກສຶກສາຄົນໃດກະທໍາຜິດຕໍ່ລະບຽບໃນເກນຄະແນນ 249 ລົງມາແມ່ນໄດ້ຮັບການສຶກສາອົບຮົມເຮັດບົດບັນທຶກປະຕິຍານຕົວ ພ້ອມທັງຖືກປັບໄໝ່ຕາມຄະແນນລະ 1.000 ກີບ ແລະ ເກັບຄະແນນ ຫຼື ຝາກໂທດໄວ້ ແລະ ຄູນ 2 ຖືເປັນຂັ້ນລະເມີດຕໍ່ລະບຽບຄັ້ງທີ່ຮ້າຍແຮງ ດັ່ງເກນຄະແນນຕາມຕາຕາລາງລຸ່ມນີ້:

ລ/ດ ການປະພຶດຜິດທີ່ຈະຖືກຕັດຄະແນນ ຕັດຄະແນນ/ຄັ້ງ/ຄົນ ປັບໄໝເປັນເງິນ ໝາຍເຫດ
1 ຈັດຕັ້ງອົງການໃດໜຶ່ງທີ່ບໍ່ໄດ້ຮັບອະນຸຍາດ 250 250.000 ກີບ ຢຸດຕິການຮຽນ
2 ຈັດຕັ້ງໂຮມຊຸມນຸມໂດຍບໍ່ໄດ້ຮັບອະນຸຍາດ 250 250.000 ກີບ ຢຸດຕິການຮຽນ
3 ເສບສິ່ງເສບຕິດ, ຂາຍ ຫຼື ມີໄວ້ໃນຄອບຄອງ 250 250.000 ກີບ ຢຸດຕິການຮຽນ
4 ນຳເອົາອາວຸດເຂົ້າມານາບຄູ່ຜູ້ອື່ນຫຼືມີໄວ້ຄອບຄອງ 250 250.000 ກີບ ຢຸດຕິການຮຽນ
5 ຍຸຍົງສົ່ງເສີມ ຫຼື ກໍ່ໃຫ້ເກີດຄວາມບໍ່ສະຫງົບ 250 250.000 ກີບ ຢຸດຕິການຮຽນ
6 ປອມແປງເອກະສານ ແລະ ລາຍເຊັນ 250 250.000 ກີບ ຢຸດຕິການຮຽນ
7 ເຮັດຄວາມຜິດທີ່ຖືກກ່າວຫາໃນຄະດີອາດຍາ 250 250.000 ກີບ ຢຸດຕິການຮຽນ
8 ກໍ່ການອາລະວາດ ແລະ ຕີກັນ 250 250.000 ກີບ ຢຸດຕິການຮຽນ
9 ພົວພັນເພດທີ່ຜິດຕໍ່ຮີດຄອງປະເພນີ(ຢູ່ກັນ 2 ຕໍ່ 2ຄົນ) 250 250.000 ກີບ ຢຸດຕິການຮຽນ
10 ທຳລາຍໜັງສື ຫຼື ປ້າຍປະກາດຕ່າງໆ 100 100.000 ກີບ ປັບໃໝ່ຝາກໂທດ
11 ຕົວະຕົ້ມ, ຫຼອກລວງ, ນາບຄູ່ຜູ້ອື່ນ 100 100.000 ກີບ ປັບໃໝ່ຝາກໂທດ
12 ໃຊ້ວາຈາຫຍາບຊ້າຕໍ່ຄູ-ອາຈານ ແລະ ພະນັກງານ 100 100.000 ກີບ ປັບໃໝ່ຝາກໂທດ
13 ຫຼີ້ນການພະນັນທຸກປະເພດ 100 100.000 ກີບ ປັບໃໝ່ຝາກໂທດ
14 ນັກສຶກສາໃຫ້ບຸກຄົນອື່ນທີ່ບໍ່ແມ່ນຍາດພີ່ນ້ອງໃຊ້ພາຫະນະມາຮັບ-ສົ່ງໃນບໍລິເວນຫໍພັກ-ໂຮງຮຽນ 100 100.000 ກີບ ປັບໃໝ່ຝາກໂທດ
15 ທຳລາຍອຸປະກອນ ຫຼື ວັດຖຸສ່ວນລວມ 50  50.000 ກີບ ປັບໃໝ່ຝາກໂທດ
16 ຜິດຖຽງກັນໃຊ້ວາຈາບໍ່ສຸພາບ 50  50.000 ກີບ ປັບໃໝ່ຝາກໂທດ
17 ລ່ວງເກີນສິດທິຂອງຜູ້ອື່ນເຮັດໃຫ້ເສື່ອມເສຍ 50  50.000 ກີບ ປັບໃໝ່ຝາກໂທດ
18 ນຳເອົາຄົນນອກເຂົ້ານອນໃນຫໍພັກໂດຍບໍ່ໄດ້ຮັອະນຸຍາດ 100 100.000 ກີບ ປັບໃໝ່ຝາກໂທດ
19 ເຂົ້າຫໍພັກເພດກົງກັນຂ້າມໂດຍບໍ່ໄດ້ຮັບອະນຸຍາດ 100 100.000 ກີບ ປັບໃໝ່ຝາກໂທດ
20 ຂາດເຂົ້າຮ່ວມກອງປະຊຸມໃດໜຶ່ງ ຫຼື ກິຈະກຳໃດໜຶ່ງ 25  25.000 ກີບ ປັບໃໝ່ຝາກໂທດ
21 ສ້າງຄວາມເປິເປື້ອນຕາມສະຖານທີ່ສາທາລະນະ 25  25.000 ກີບ ປັບໃໝ່ຝາກໂທດ
22 ນຸ່ງຖືບໍ່ຖືກຕາມລະບຽບທີ່ກຳນົດໄວ້ 25  25.000 ກີບ ປັບໃໝ່ຝາກໂທດ
23 ແຕ່ງກາຍເກີນຂອບເຂດຂອງການເປັນນັກສຶກສາ 25  50.000  ກີບ ປັບໃໝ່ຝາກໂທດ
 

24

ໃຊ້ສຽງດັງລົບກວນຜູ້ອື່ນໃນຍາມຮຽ ຫຼືຍາມຫຼັບນອນ 25  50.000  ກີບ ປັບໃໝ່ຝາກໂທດ
25 ບໍ່ປະຕິບັດໜ້າທີ່ເວນຍາມ ຫຼື ເປັນປະຈຳວັນ 25  25.000 ກີບ ປັບໃໝ່ຝາກໂທດ
26 ຂາດຮຽນ ຫຼື ຂາດຄົ້ນຄ້ວາໂດຍບໍ່ມີເຫດຜົນ 25  25.000 ກີບ ປັບໃໝ່ຝາກໂທດ
27 ລັກເຄື່ອງຂອງຜູ້ອື່ນ ຫຼື ຂອງສ່ວນລວມ ຕາມມູນຄ່າ ປັບໄໝໃຊ້ແທນ ປັບໃໝ່ຝາກໂທດ
28 ບໍ່ແຈ້ງໃບແຕ່ງງ ເມື່ອເກີດມີບັນຫາ, ຖືພາກາງຮຽນ 250 250.000 ກີບ ປັບໃໝ່ຝາກໂທດ

ໝາຍເຫດ: ຂັ້ນຕອນການສຶກສາອົບຮົມ, ຕັດຄະແນນ ແລະ ປັບໄໝໃນ 1 ພາກຮຽນ

ລ/ດ ໄລຍະເກນຄະແນນ ຂັ້ນສຶກສາອົບຮົມ, ຕັດຄະແນນ, ປັບໄໝ ແລະ ຝາກໂທດໄວ້ຈົນກວ່າຈະຮຽນຈົບ
1 25 – 50 ອາຈານທີ່ປຶກສາ ແລະ ຫ້ອງການຕາມສາຍ
2 51 – 150 ໂຮງຮຽນ (ຫ້ອງການກິດຈະການນັກສຶກສາ)
3 151 – 249 ບໍ່ມີສິດສອບເສັງ
4 250 ຂຶ້ນໄປ ຄວາມຜິດທຸກກໍລະນີຈະໝົດສິດເປັນນັກສຶກສາຄູທັນທີ ໂດຍບໍ່ມີການຕໍ່ວ່າໃດໆ

ພາກທີ  IV: ວ່າດ້ວຍການພົ້ນສະຖານະພາບເປັນນັກສຶກສາທີ່ນອນໃນຫໍພັກ

   ມາດຕາ 22: ນັກສຶກສາໃນກໍລະນີລຸ່ມນີ້ ພົ້ນຈາກຖານະເປັນນັກສຶກສາທີ່ນອນໃນຫໍພັກ (ຖືກໄລ່ອອກຫໍພັກ ) ມີ

  1. ກະທຳຜິດລະບຽບຂອງໂຮງຮຽນ ຖືກຕັດຄະແນນເຖິງ 76 – 100 ຄະແນນ.
  2. ເປັນພະຍາດຕິດແປດ ໂດຍໄດ້ຮັບການຢັ້ງຢືນຈາກແພດ.
  3. ອອກຈາກຫໍພັກ ໂດຍບໍ່ໄດ້ຮັບອານຸຍາດ.
  4. ບໍ່ຈາຍເງິນບໍລິການ, ເງິນກິດຈະກຳຕ່າງໆຂອງນັກສຶກສາພາຍໃນ 3 ເດືອນ.

ມາດຕາ 23: ຜູ້ທີ່ກະທຳຜິດຕໍ່ກົດລະບຽບຫໍພັກ ຫຼື ຖືກໄລ່ອອກຈາກຫໍພັກຈະບໍ່ມີສິດຂຽນຄຳຮ້ອງຂໍຂົ້ານອນໃນຫໍພັກໃນສົກຮຽນຕໍ່ໄປເວັ້ນເສຍແຕ່ຜູ້ກ່ຽວຫາກປະພຶດດີສ້າງປະໂຫຍດແກ່ສັງຄົມກໍ່ຈະຮັບພິຈາລະນາໃນທາງທີ່ເໝາະສົມ.

ພາກທີ່ V: ວ່າດ້ວຍການຮັກສາຄວາມສະອາດ ແລະ ປົກປັກຮັກສາສິ່ງແວດລ້ອມ.

ມາດຕາ 24: ນັກສຶກສາທຸກຄົນຕ້ອງຮັກສາຄວາມສະອາດເຊັ່ນ: ອະນາໄມຫ້ອງນອນ, ຫ້ອງນ້ຳ ແລະ ບໍລິ

ເວນເຂດຫໍພັກທີ່ໄດ້ຮັບຜິດຊອບໃນທຸກໆວັນ.

ມາດຕາ 25:  ການເຂົ້າຫ້ອງນ້ຳທຸກຄັ້ງຕ້ອງໃຊ້ເຈ້ຍອານາໄມ ຫຼື ໃຊ້ນ້ຳລ້າງ.

ມາດຕາ 26: ວັດຖຸປະກອນຮັບໃຊ້ສ່ວນຕົວຕ້ອງໝັ່ນທຳຄວາມສະອາດ ແລະ ມ້ຽນໃຫ້ເປັນລະບຽບ.

ພາກທີ VI: ວ່າດ້ວຍການເຂົ້າອອກຫໍພັກ

ມາດຕາ 27:  ນັກສຶກສາທີ່ໄດ້ຮັບອານຸຍາດລາພັກຈາກອາຈານທີ່ປຶກສາ, ຫ້ອງການກິດຈະການນັກສຶກສາ ແລະ ຄະນະອຳນວຍການແລ້ວ ຕ້ອງເອົາໃບລາພັກນັ້ນໄປແຈ້ງຕໍ່ຄະນະຫໍພັກທິ່ຕົນສັງກັດຢູ່.

ມາດຕາ 28: ການລາພັກແຕ່ລະຄັ້ງຕ້ອງແຈ້ງບ່ອນທີ່ຈະໄປພັກເຊົາໃຫ້ລະອຽດຈະແຈ້ງ

ມາດຕາ 29: ນັກສຶກສາທີ່ມີຈຸດປະສົງທີ່ຈະໄປນອນຄ້າງຄືນ ຕ້ອງມີໃບອານຸຍາດຈາກການຈັດຕັ້ງ ແລະ ມີ

ໃບຢັ້ງຢື້ນ ຮັບປະກັນ ຈາກບ່ອນທີ່ໄປພັກ ແລະ ແຈ້ງອອກ-ເຂົ້ານຳຄະນະຫໍພັກຈິ່ງອອກໄປ – ເຂົ້າໄດ້.

ມາດຕາ 30: ນັກສຶກສາທີ່ອອກໄປນອນທຸກຄັ້ງຕ້ອງກັບເຂົ້າຫໍພັກທຸກໆຕອນຄ່ຳບໍ່ໃຫ້ກາຍເວລາ 19 ໂມງ.

ມາດຕາ 31: ນັກສຶກສາທີ່ນອນໃນຫໍພັກມີຈຸດປະສົງຢາກຂໍອອກນອນນອກ ຕ້ອງຂຽນຄຳຮ້ອງ ແລະ ອ້າງເຫດຜົນ ມາຍັງຫ້ອງການກິດຈະການນັກສຶກສາ ແຕ່ການຂໍອານຸມັດນອນນອກແມ່ນທ້າຍອາທິດ IV ຂອງທຸກໆ     ເດືອນ ( ໝາຍວ່າຕ້ອງຢູ່ໝົດເດືອນ )

ພາກຮຽນທີ VII: ວ່າດ້ວຍການບໍລິການ-ສະຫວັດດີການສັງຄົມ

ມາດຕາ 32: ເວລານັກສຶກສາເຈັບປ່ວຍຢ່າງກະທັນຫັນ ຕ້ອງແຈ້ງຄະນະຮັບຜິດຊອບຫໍພັກປະຈຳວິທະຍາໄລຄູເພື່ອເບິ່ງແຍງ, ຖ້າກໍລະນີເຈັບໜັກຈິ່ງນຳສົ່ງໂຮຽໝໍຕາມຄວາມເໝາະສົມ.

ມາດຕາ 33: ການເບິ່ງແຍງໃນເວລານອນໂຮຽໝໍມອບໃຫ້ຄະນະແພດ ແລະ ການຈັດຕັ້ງ.

ມາດຕາ 34: ກົດລະບຽບສະບັບນີ້ມີຜົນສັກສິດ ແລະ ນຳໃຊ້ໄດ້ນັບແຕ່ມື້ລົງລາຍເຊັນເປັນຕົນໄປທຸກຂໍ້


ສະຖິຕິພື້ນຖານ ຂອງວິທະຍາໄລຄູບ້ານເກິນ ສົກຮຽນ2020

0
ຈຳນວນ ນັກສຶກສາເພດຍີງ
0
ຈຳນວນ ນັກສຶກສາເພດຊາຍ
0
ຈຳນວນ ນັກສຶກສາທັງໝົດ
0
ຈຳນວນ ຄູ-ອາຈານ

ຫ້ອງການພາຍໃນວິທະຍາໄລຄູບ້ານເກິນ
ຫ້ອງການບໍລິຫານ
ຫ້ອງການຈັດຕັ້ງ-ພະນັກງານ
ຫ້ອງການສົ່ງເສີມວິຊາການ
ຫ້ອງການພາສາຕ່າງປະເທດ
ຫ້ອງການວິທະຍາສາດທຳມະຊາດ
ຫ້ອງການວິທະຍາສາດສັງຄົມ
ຫ້ອງການຄູປະຖົມ-ອານຸບານ
ຫ້ອງການພັດທະນາຄູ
ຫ້ອງການກິດຈະກຳນັກສຶກສາ

Facebook

YouTube