ປະຫວັດຄວາມເປັນມາ

=> ຂໍ້ມູນທົ່ວໄປຂອງສະຖາບັນ

  ວິທະຍາໄລຄູບ້ານເກິນ (ວຄກ)ຫ ມີຊື່ເປັນພາສາອັງກິດ Bankeun Teacher Training College (BTTC) ຊື່ຂອງໂຮງຮຽນໄດ້ມີປ່ຽນແປງຕາມຂະບວນການພັດທະນາລະບົບການກໍ່ສ້າງຄູແຕ່ລະໄລຍະ ໂດຍການຕົກລົງເຫັນດີອະນຸມັດ ຈາກກະຊວງສຶກສາທິການ ແລະ ກິລາ.
  ວິທະຍາໄລຄູບ້ານເກິນຕັ້ງຢູ່ແຄມທາງເລກທີ10 ບ້ານເກິນເໜືອ,ເມືອງທຸລະຄົມ,ແຂວງວຽງຈັນ, ຫ່າງຈາກນະຄອນຫ ວງວຽງຈັນ ປະມານ 70 ກິໂລແມັດ, ມີເນື້ອທີປະມານ 167,006 ຕາແມັດ, ພູມສັນຖານແມ່ນເປັນເຂດທົ່ງພຽງ ເຊີ່ງມີຄວາມສະດວກແກ່ການດໍາລົງຊີວິດຂອງພະນັກງານ, ຄູ-ອາຈານ ແລະ ນັກສຶກສາເປັນຢ່າງດີ. ສາມາດຕິດຕໍ່ພົວພັນຜ່ານເບີໂທ (023) 241032ຫ ສົ່ງແຟັກ(023) 241032 ຫລືຕິດຕໍ່ທາງອີເມລ ttcbankeun@gmail.com, ເຟສບຸກ
https://facebook.com / bankeunttc ແລະ www.bankeun-ttc.edu.la.

=> ທີ່ຕັ້ງ

ວິທະຍາໄລຄູບ້ານເກິນຕັ້ງຢູ່ບ້ານເກິນເໜືອ, ເມືອງທຸລະຄົມ, ແຂວງວຽງຈັນ ຫ່າງຈາກນະຄອນຫຼວງວຽງຈັນປະມານ 70 ກິໂລແມັດ, ມີເນື້ອທີ່ປະມານ 167,006 ຕາແມັດ. ທິດເໜືອ ແລະ ທິດໃຕ້ຕິດກັບບ້ານເກິນເໜືອ, ທິດຕາເວັນອອກຕິດ ກັບທົ່ງນາ ແລະ ຮ່ອງແຂ້, ທິດຕາເວັນຕົກຕິດກັບທົ່ງນາ ແລະ ໜອງຈັບ.

=> ຈຸດເລີ່ມຕົ້ນ

ອີງໃສ່ແຜນການປະຕິຮູບການສຶກສາ ປີ 1962 ໃນການເລັ່ງລັດສ້າງຄູເພື່ອຂະຫຍາຍການສຶກສາໃນຂັ້ນປະຖົມໃຫ້ພຽງພໍໃນຂອບເຂດທົ່ວປະເທດ, ສູນກາງອົບຮົມຄູທ້ອງຖີ່ນບ້ານເກິນສ້າງຂຶ້ນໃນສົກສຶກສາປີ 1968 -1969

=> ຈຸດເລີ່ມຕົ້ນ

ອີງໃສ່ແຜນການປະຕິຮູບການສຶກສາ ປີ 1962 ໃນການເລັ່ງລັດສ້າງຄູເພື່ອຂະຫຍາຍການສຶກສາໃນຂັ້ນປະຖົມໃຫ້ພຽງພໍໃນຂອບເຂດທົ່ວປະເທດ, ສູນກາງອົບຮົມຄູທ້ອງຖີ່ນບ້ານເກິນສ້າງຂຶ້ນໃນສົກສຶກສາປີ 1968 -1969

=> ໄລຍະກໍ່ສ້າງຄູ ປີ 1968-1970

–  ປີ 1968-1969 ໄດ້ເປີດຮັບນັກຮຽນຮຸ່ນທີ 2 ເຊິ່ງຫຼັກສູດການຮຽນນັບທັງເຝິກສອນ 3 ເດືອນ ໃຊ້ເວລາ 2 ປີ ຈົບ ມາເຖີງວັນທີ 24 ມັງກອນ ປີ 1970 ໂຮງຮຽນຫຼັງນີ້ໄດ້ເປີດສອນເປັນທາງການເຊິ່ງນັກຮຽນທີ່ເຂົ້າມາຮຽນນີ້ແມ່ນລຸ້ນທີ 3.

=> ໄລຍະກໍ່ສ້າງຄູຊັ້ນຕົ້ນບ້ານເກິນ

ໃນລະຫວ່າງປີ 1968 – 1975ໄດ້ດຳເນີນການສ້າງຄູປະຖົມສຶກສາລະບົບເລັ່ງລັດໂດຍເອົານັກຮຽນທີ່ຈົບຊັ້ນປະຖົມປີທີ 6 ເຂົ້າຮຽນໃນຫຼັກສູດ 2 ປີຈົບ(ລົງເຝິກສອນ 3 ເດືອນ ) ເພື່ອໄປເປັນຄູມູນລະປະຖົມຕາມແຜນພັດທະນາການສຶກສາ ເຊິ່ງ ມີນັກຮຽນທີ່ສຳເລັດການສຶກສາທັງໝົດຈຳນວນ 425 ຄົນ.

–  ແຕ່ປີ 1975-1980 ໄດ້ຮັບນັກຮຽນທີ່ຮຽນຈົບຊັ້ນປະຖົມປີທີ 5 ເຂົ້າຮຽນໃນຫຼັກສູດ 3 ປີ ເພື່ອໄປເປັນຄູປະຖົມສົມບູນ ເຊິ່ງມີນັກຮຽນທີ່ສຳເລັດການສຶກສາທັງໝົດຈຳນວນ 575 ຄົນ.
–  ແຕ່ປີ 1980-1987 ໄດ້ເປີດຫຼັກສູດສ້າງຄູປະຖົມ ແລະ ອະນຸບານລະອຽດມີດັ່ງນີ້ :

  • – ຮັບເອົາຄູມູນລະປະຖົມເຂົ້າຮຽນລະບົບ 1 ປີ ເພື່ອໄປເປັນຄູປະຖົມສົມບູນ.
  • – ຮັບເອົານັກຮຽນທີ່ຈົບມັດທະຍົມຕົ້ນເຂົ້າຮຽນລະບົບ 1 ປີ ໄປເປັນຄູປະຖົມສົມບູນ
  • – ຮັບເອົານັກຮຽນທີ່ຈົບປະຖົມສົມບູນເຂົ້າຮຽນລະບົບ 3 ປີ ເພື່ອເປັນຄູປະຖົມສົມບູນ ແລະ ຄູອະນຸບານ
  • – ໃນສົກຮຽນປີ 1981-1982 ໂຮງຮຽນໄດ້ເພີ່ມຫຼັກສູດຈາກຮຽນປົກກະຕິ 3 ປີ ໄດ້ຊັ້ນຕົ້ນ ແລະ ໄດ້ມີຫ້ອງບໍາລຸງຄູເພີ່ມຕື່ມເງື່ອນໄຂແມ່ນເອົາຄູລະດົມທີ່ບໍ່ທັນໄດ້ມາດຖານມາບໍາລຸງຮຽນ 1 ປີ ຈົບໄດ້ຊັ້ນຕົ້ນ.
  • – ແຕ່ປີ 1983-1985 ໄດ້ຂະຫຍາຍໂຮງຮຽນອະນຸບານຊັ້ນຕົ້ນຂຶ້ນຕື່ມເຊິ່ງຂຶ້ນກັບໂຮງຮຽນສ້າງຄູຊັ້ນຕົ້ນບ່ອນດຽວຫຼັກສູດຮຽນ 3 ປີ.
  • – ແຕ່ປີ1986-1987 ໄດ້ມີການຂະຫຍາຍລະບົບບໍາລຸງຄູ 1ປີ. ລະບົບມາດຖານ 5+3 ໄດ້ຊັ້ນຕົ້ນ ແລະລະບົບມາດຖານ 8+3 ໄດ້ຊັ້ນກາງສອນປະຖົມຜູ້ຮຽນເກັ່ງສາມາດສອນມັດທະຍົມໄດ້. ເຊິ່ງໃນປີ1980 -1987ມີນັກຮຽນທີ່ຈົບ ການສຶກສາ ທັງໝົດຈຳນວນ 630 ຄົນ.

=> ໄລຍະກໍ່ສ້າງວິທະຍາໄລຄູບ້ານເກິນ

ໃນສົກຮຽນ 1991-1992 ໂຮງຮຽນສ້າງຄູຊັ້ນສູງວັງວຽງໄດ້ຖືກຍົກຍ້າຍມາໂຮມເຂົ້າກັນກັບໂຮງຮຽນສ້າງຄູຊັ້ນກາງບ້ານເກິນແລ້ວສ້າງຕັ້ງເປັນ ” ວິທະຍາໄລຄູບ້ານເກິນ ” .

=> ໄລຍະປີ 1992 – 2004

– ສົກຮຽນ 1992-1993 ໄດ້ມີນັກສຶກສາຈົບການສຶກສາທັງໝົດຈຳນວນ 72 ຄົນ.
– ພໍມາເຖີງສົກຮຽນ 1993-1994 ວິທະຍາໄລຄູບ້ານເກິນກໍໄດ້ຮັບມອບໝາຍໃຫ້ສ້າງຄູປະຖົມ ລະບົບ11+1, ໃນສົກນີ້ໄດ້ມີນັກສຶກສາທີ່ຈົບຄູມັດທະຍົມລະບົບ11+3 ຈຳນວນ 72ຄົນ ແລະຄູປະຖົມລະບົບ 11+1ຈຳນວນ 67 ຄົນ. ເຊິ່ງໃນສົກຮຽນ ນີ້ມີນັກສຶກສາຈົບການສຶກສາທັງໝົດຈຳນວນ 139 ຄົນ.
– ສົກຮຽນ 1994-1995 ໄດ້ມີນັກສຶກສາທີ່ຈົບຄູມັດທະຍົມລະບົບ 11+3 ຈຳນວນ 93 ຄົນ ແລະ ຄູປະຖົມລະບົບ 11+1 ຈຳນວນ 57 ຄົນ. ນັກສຶກສາທີ່ຈົບການສຶກສາທັງໝົດຈຳນວນ 150 ຄົນ.
– ສົກຮຽນ 1995 – 1996 ໄດ້ມີນັກສຶກສາທີ່ຈົບຄູມັດທະຍົມລະບົບ 11+3 ຈຳນວນ 82 ຄົນ ແລະ ຄູປະຖົມລະບົບ 11+1 ຈຳນວນ 61 ຄົນ. ນັກສຶກສາທີ່ຈົບການສຶກສາທັງໝົດຈຳນວນ 143 ຄົນ.
– ສົກຮຽນ 1996 – 1997 ໄດ້ມີນັກສຶກສາທີ່ຈົບຄູມັດທະຍົມລະບົບ 11+3 ຈຳນວນ 82 ຄົນ ແລະ ຄູປະຖົມລະບົບ 11+1 ຈຳນວນ 58 ຄົນ. ນັກສຶກສາທີ່ຈົບການສຶກສາທັງໝົດຈຳນວນ 140 ຄົນ.
– ສົກຮຽນ 1997 – 1998 ໄດ້ມີນັກສຶກສາຈົບການສຶກສາທັງໝົດຈຳນວນ 208​ ຄົນ.
– ສົກຮຽນ 1998 – 1999 ໄດ້ມີນັກສຶກສາຈົບການສຶກສາທັງໝົດຈຳນວນ 282 ຄົນ.
– ສົກຮຽນ1999 – 2000ວິທະຍາໄລຄູບ້ານເກິນກໍໄດ້ຮັບມອບໝາຍໃຫ້ເປີດສອນພາສາອັງກິດລະບົບພິເສດພາກຄໍ່າໄດ້ມີນັກສຶກສາຈົບການສຶກສາທັງໝົດຈຳນວນ 257 ຄົນ.
– ສົກຮຽນ 2000 – 2001 ໄດ້ມີນັກສຶກສາຈົບການສຶກສາທັງໝົດຈຳນວນ 349 ຄົນ.
– ສົກຮຽນ 2001 – 2002 ໄດ້ມີນັກສຶກສາຈົບການສຶກສາທັງໝົດຈຳນວນ 438 ຄົນ.
– ສົກຮຽນ 2002 – 2003 ໄດ້ມີນັກສຶກສາຈົບການສຶກສາທັງໝົດຈຳນວນ 496 ຄົນ.
– ສົກຮຽນ 2003 – 2004 ໄດ້ມີນັກສຶກສາຈົບການສຶກສາທັງໝົດຈຳນວນ 693 ຄົນ.
– ສົກຮຽນ 2004 – 2005 ໄດ້ມີນັກສຶກສາຈົບການສຶກສາທັງໝົດຈຳນວນ 1313 ຄົນ.
– ແຕ່ປີ 2005 – 2010 ໄດ້ເປີດຫຼັກສູດການສອນ11+3 ຄູມັດທະຍົມສາຍວິທະຍາສາດທຳມະຊາດ ແລະ ວິທະຍາສາດສັງຄົມ ແລະ ຫຼັກສູດ 11+1 ສາຍຄູປະຖົມ, ມີນັກສຶກສາທີ່ສຳເລັດການສຶກສາຈຳນວນ 4.612 ຄົນ.

– ແຕ່ປີ 2011 – 2015 ໄດ້ເປີດຫຼັກສູດການສອນ 12+2, 12+4, ອະນຸບານ 9+3, ປະຖົມ 9+3 ແລະ ຊັ້ນສູງຄູປະຖົມ 12+2, ເຊິ່ງມີນັກສຶກສາທີ່ສໍາເລັດການສຶກສາທັງໝົດຈຳນວນ 7.489 ຄົນ.

– ແຕ່ປີ 2016 – 2018 ໄດ້ສືບຕໍ່ເປີດຫຼັກສູດສາຍຄູອະນຸບານລະບົບ 9+3 ,12+2 ແລະ 12+4, ສາຍ​ຄູ​ປະຖົມ 12+4 ແລະ ປະຖົມຕໍ່ເນື່ອງ ​, ກໍສ້າງຄູມັດທະຍົມ ມ.1 – ມ.7, ມີນັກສຶກສາທີ່ສຳເລັດການສຶກສາຈຳນວນ 865 ຄົນ ຜົນງານການເຄື່ອນໄຫວຂອງວິທະຍາໄລຄູບ້ານເກິນຕະຫຼອດ​ໄລຍະ​ການເຮັດ​ໜ້າ​ທີ່​ໃນ​ການ​ກໍ່ສ້າງ​ຄູ​​ມາ​ເປັນ​ເວລາ​ອັນ​ຍາວ​ນານໃນໄລຍະການສ້າງສາພັດທະນາປະເທດຊາດຄຽງຄູ່ກັບການພັດທະນາຊັບພະຍາກອນມະນຸດ ແຕ່ປີ 1968 ​- 2018 ໄລຍະ 50 ປີ ວິທະຍາໄລຄູບ້ານເກິນສາມາດ​ສະໜອງ​ຄູ​ໃຫ້​ແກ່​ສັງຄົມ​ໄດ້​ເປັນ​ຈຳນວນ​ຫຼາຍພໍ​ສົມຄວນສະ​ແດງ​ອອກ​ຕົວເລກນັກສຶກສາຄູທີ່ຈົບອອກໄປຮັບໃຊ້ສັງຄົມ ໃນຊ່ວງໄລຍະ 50 ປີ ທີ່ຜ່ານມາສາມາດສ້າງຄູໄດ້ທັງໝົດຈຳນວນ 19.467 ຄົນ.

ນອກຈາກ​ຜົນງານ​ທາງດ້ານ​ວິຊາ​ການ​ແລ້ວ ຍັງ​ມີ​ຜົນງານ​ຫຼາຍໆດ້ານທີ່ໄດ້ຮັບການຍ້ອງຍໍ ຊົມເຊີຍ ແລະ ຈາລຶກກຽດຕິຄຸນໄວ້ ​ເຊັ່ນ: ໄດ້​ຮັບ​ໃບ​ຍ້ອງ​ຍໍຂັ້ນລັດຖະບານຈໍານວນ 1 ໃບ, ໃບຍ້ອງຍໍຂັ້ນລັດຖະມົນຕີກະຊວງສຶກສາ ຈຳນວນ 10 ໃບ, ໃບຍ້ອງຍໍຂັ້ນກົມສ້າງຄູ ຈຳນວນ 3 ໃບ, ໃບຍ້ອງຍໍຂັ້ນເຈົ້າແຂວງ ແຂວງວຽງຈັນຈຳນວນ 3 ໃບ, ໃບຍ້ອງຍໍຂັ້ນລັດຖະມົນຕີສາທາລະນະສຸກ ຈຳນວນ 1 ໃບ ແລະ ໃບຍ້ອງຍໍຂັ້ນເຈົ້າເມືອງ ເມືອງທຸລະຄົມ ຈຳນວນ 2 ໃບ, ໃບກຽດຕິຄຸນ 21 ໃບ, ໃບຊົມເຊີຍ 6 ໃບ, ໃບອຸປະກາລະຄຸນ 4 ໃບ, ຈົດໝາຍຂອບໃຈ 4 ໃບຢັ້ງຢືນ 4 ໃບ ແລະ ໃບສັນລະເສີນ 1 ໃບ.

=> ດ້ານການບໍລິຫານ

ໃນປີ 1968 – 2018 ວິທະຍາໄລຄູບ້ານເກິນໄດ້ກໍໄດ້ມີຜູ້ບໍລິຫານສໍາຄັນດັ່ງນີ້ :

  • ແຕ່ປີ 1968 – 1975 ທ່ານ ຄຳແດງ ຫຼວງໄຊຍາ ເປັນຜູ້ອຳນວຍການ.
  • ແຕ່ປີ 1975 – 1976 ທ່ານ ວັນທອງ ແສງງາມ ເປັນຜູ້ອຳນວຍການ.
  • ແຕ່ປີ 1976 – 1978 ທ່ານ ຕໍາເງິນ ວົງໄຊ ເປັນຜູ້ອຳນວຍການ.
  • ແຕ່ປີ 1978 – 1991 ທ່ານ ສີສະໄຫວ ພິນິດ ເປັນຜູ້ອຳນວຍການ.
  • ແຕ່ປີ 1991 – 1999 ທ່ານ ລໍາໄມ ພິພັກຂະວົງ ເປັນຜູ້ອຳນວຍການ.
  • ນັບແຕ່ເດືອນ 1 – 6 ປີ 1999 ທ່ານ ດຣ ຄຳແກ້ວ ວົງພິລາ ເປັນຜູ້ອຳນວຍການ.
  • ແຕ່ປີ 1999 – 2007 ທ່ານ ບຸນໄຊ ຈັນສີນາ ເປັນຜູ້ອຳນວຍການ.
  • ແຕ່ປີ 2007 – 2016 ທ່ານ ອຸດອນ ເທບວົງສາ ເປັນຜູ້ອຳນວຍການ.

ແຕ່ປີ 2017 ຈົນເຖີງປະຈຸບັນ ທ່ານ ນາງ ຈັນທະມາລາ ສຸທຳມະວົງ ເປັນຜູ້ອຳນວຍການ

0
ຈຳນວນ ນັກສຶກສາເພດຍີງ
0
ຈຳນວນ ນັກສຶກສາເພດຊາຍ
0
ຈຳນວນ ນັກສຶກສາທັງໝົດ
0
ຈຳນວນ ຄູ-ອາຈານ
ຫ້ອງການບໍລິຫານ
ຫ້ອງການຈັດຕັ້ງ-ພະນັກງານ
ຫ້ອງການສົ່ງເສີມວິຊາການ
ຫ້ອງການພາສາຕ່າງປະເທດ
ຫ້ອງການວິທະຍາສາດທຳມະຊາດ
ຫ້ອງການວິທະຍາສາດສັງຄົມ
ຫ້ອງການຄູປະຖົມ-ອານຸບານ
ຫ້ອງການພັດທະນາຄູ
ຫ້ອງການກິດຈະກຳນັກສຶກສາ

Facebook

ວິທະຍາໄລ ຄູບ້ານເກິນ